ກ່ຽວກັບ WeSing Kcoin
WeSing ແມ່ນແອັບຄາຣາໂອເກະຍອດນິຍົມທີ່ພັດທະນາໂດຍ Tencent Music Entertainment ໃຫ້ທ່ານຮ້ອງ ແລະ ອັດເພງຮິດ ແລ້ວແບ່ງປັນໃຫ້ຄົນທົ່ວໂລກ. ມີທັງຮ້ອງຄູ່, ຮ້ອງໝູ່ ແລະ ຟີເຈີຕ່າງໆເພື່ອຊ່ວຍພັດທະນາການຮ້ອງຂອງທ່ານ.
Kcoin ແມ່ນເງິນດິຈິຕອລທີ່ໃຊ້ຢູ່ WeSing ເພື່ອຊື້ໄອເທັມໃນແອັບ ເຊັ່ນ ຂອງຂວັນ virtual ສຳລັບນັກຮ້ອງທີ່ທ່ານມັກ, ໄອເທັມພິເສດ, ເພງພິເສດ ແລະ ສິດທິພິເສດຕ່າງໆ. ເຕີມ Kcoin ຢູ່ thePAY ດຽວນີ້ ເພື່ອຍົກລະດັບປະສົບການ karaoke ຂອງທ່ານ.
ຈະເຕີມ WeSing Kcoin ແນວໃດ?
1. ເຂົ້າ thePAY ເລືອກສິນຄ້າ WeSing Kcoin ແລ້ວເລືອກຊະນິດຂອງ Kcoin.
2. ໃສ່ User ID ຂອງທ່ານ.
3. ເມື່ອໃສ່ຄົບແລ້ວ ກົດປຸ່ມເຕີມເງິນ.
4. ຫຼັງຊຳລະເງິນ Kcoin ຈະເຂົ້າບັນຊີຂອງທ່ານໃນໄວໆນີ້.
ວິທີຊອກຫາ WeSing ID ຂອງທ່ານ
1. ເຂົ້າສູ່ລະບົບບັນຊີຂອງທ່ານໃນແອັບ WeSing.
2. ແຕະໄອຄອນໂປຣໄຟລ໌ຢູ່ມູມຂວາເທິງ.
3. ແຕະໄອຄອນໂປຣໄຟລ໌ອີກຄັ້ງ.
4. WeSing ID ຈະສະແດງຢູ່ໃຕ້ຊື່ຫຼິ້ນຂອງທ່ານ.

