Delta Force ແມ່ນຫຍັງ?
ນີ້ແມ່ນເກມຍິງເຊີງກົນລະຍຸດໜ່ວຍຮົບພິເສດມຸມມອງບຸກຄົນທຳອິດ ທີ່ມີສາກຫຼັງໃນປີ 2035. ໃນຖານະເປັນພາກຕໍ່ຂອງຊີຣີ້ຄລາສສິກ Delta Force ທ່ານຈະສະແດງເປັນເຈົ້າໜ້າທີ່ໜ່ວຍຮົບພິເສດທີ່ຖືກສົ່ງໄປຍັງທະວີບ Ahsara ອັນລຶກລັບ ເພື່ອສືບສວນການກະທຳຜິດກົດໝາຍຂອງບໍລິສັດ Haavk. ຢູ່ສະໜາມຮົບທີ່ເຕັມໄປດ້ວຍວິກິດ ໃຫ້ໃຊ້ອຸປະກອນ ແລະ ທັກສະການຮົບ, ຮ່ວມມືກັບໝູ່ໃນທີມຢ່າງໃກ້ຊິດ, ໃຊ້ກົນລະຍຸດຫຼາກຫຼາຍ, ຕໍ່ສູ້ກັບສັດຕູ AI ທີ່ຊົງພະລັງ, ແລະ ເຮັດພາລະກິດສຸດຂີດຕ່າງໆ ໃຫ້ສຳເລັດ.
ຕັ້ງແຕ່ການຮົບເຊີງກົນລະຍຸດໄລຍະກາງຮອດໄລຍະໄກ, ການແຊກຊຶມຢ່າງລັບໆ ເພື່ອທຳລາຍເປົ້າໝາຍ, ການຂັບຍານໜັກເພື່ອສະໜັບສະໜູນການຍິງ, ໄປຮອດເຫດການສຸ່ມຫຼວງຫຼາຍ ແລະ ການຮົບຂະໜາດໃຫຍ່ທີ່ມີຜູ້ຫຼິ້ນຫຼາຍສິບຄົນ, ທ່ານຈະໄດ້ດື່ມດ່ຳກັບປະສົບການການຕໍ່ສູ້ທີ່ອຸດົມສົມບູນ ແລະ ຕື່ນເຕັ້ນ.
Delta Force Delta Coins ໄດ້ແນວໃດ?
1. ເລືອກມູນຄ່າໜ້າຂອງ Delta Force Delta Coins.
2. ໃສ່ Player ID ຂອງທ່ານ.
3. ເມື່ອຊຳລະເງິນສຳເລັດ Delta Force Delta Coins ຈະຖືກຕື່ມເຂົ້າບັນຊີທັນທີ.
ຈະຊອກຫາ Player ID ຂອງ Delta Force ໄດ້ແນວໃດ?
1. ເຂົ້າສູ່ລະບົບບັນຊີ ແລ້ວເຂົ້າເກມ.
2. ແຕະໄອຄອນ "Avatar" ຢູ່ມຸມຂວາລຸ່ມຂອງໜ້າຈໍຫຼັກ.
3. Player ID ຂອງ Delta Force ຈະສະແດງຢູ່ໜ້າຈໍ.


