ຈະຕື່ມເງິນໃສ່ Tiktok ໄດ້ແນວໃດ?
- thePAY
- Date 2023-12-08
- Hit 13758
TikTok แม่ນຫຍັງ
TikTok ແມ່ນແອັບພລິເຄຊັນວິດີໂອສັ້ນ ທີ່ເປີດໂອກາດໃຫ້ທຸກຄົນໄດ້ປົດປ່ອຍຄວາມຄິດສ້າງສັນທາງດົນຕີ ແລະຍັງເປັນຄອມມູນິຕີສຸດມ່ວນ ທີ່ຄົນຮຸ່ນໃໝ່ໃຊ້ເຮັດຄວາມຮູ້ຈັກກັບໝູ່ເພື່ອນໃໝ່ໆ ຢູ່ທີ່ນີ້ ທຸກຄົນສາມາດສ້າງສັນວິດີໂອໃນສະໄຕລ໌ຂອງໂຕເອງ ເກາະຕິດທຸກເທຣນດ໌ເພງຮິດທ້າທາຍໂຕເອງດ້ວຍຄອນເທນຕ໌ວິດີໂອທີ່ຫຼາກຫຼາຍ ແລະໂຊຄວາມສາມາດສະເພາະຕົວ ບໍ່ວ່າຈະເປັນການສະແດງ ການເຕັ້ນຫຼືການຮ້ອງເພງໄດ້ຢ່າງເຕັມທີ
ວິທີການຕື່ມເງິນ ແລະ ໃຊ້ງານ TikTok Coins ເທິງ thePAY
-
ຕິດຕັ້ງແອັບ thePAY ຈາກນັ້ນໄປທີ່ເມນູ ‘ຕື່ມເງິນເກມ, ບັດຂອງຂວັນ’ ແລ້ວເລືອກສິນຄ້າ TikTok
-
ເລືອກຈຳນວນເງິນຂອງ Google Play Card ທີ່ຕ້ອງການຊື້ ເພື່ອນຳໄປຕື່ມ TikTok
-
ປ້ອນອີເມວ ທີ່ຕ້ອງການໃຊ້ຮັບລະຫັດບັດ
-
ຫຼັງຈາກຊຳລະເງິນຮຽບຮ້ອຍແລ້ວ ໃຫ້ເຮັດການຄັດລອກ ລະຫັດ Google Play Card ທີ່ໄດ້ຮັບທາງອີເມວ
-
ເປີດແອັບ TikTok ໄປທີ່ໜ້າ “Profile” ຈາກນັ້ນເລືອກ “Settings and privacy” ເພື່ອກວດສອບຍອດເງິນ
-
ແຕະທີ່ປຸ່ມ “Recharge” ແລ້ວເລືອກຈຳນວນຄອຍນ໌ ທີ່ຕ້ອງການຊື້
-
ວາງລະຫັດ Google Play Card ທີ່ຄັດລອກມາ ລົງໃນຊ່ອງຊຳລະເງິນຂອງ Google Play ເປັນອັນເສร็จສິ້ນຂັ້ນຕອນ
ຂໍ້ຄວນລະວັງ
-
ລະຫັດ TikTok ນີ້ ສາມາດແລກຮັບສິດໄດ້ສະເພາະໃນລະບົບ Android (Google Play) ເທົ່ານັ້ນ
-
ສຳລັບສິນຄ້າ TikTok ປະເທດອິນໂດເນເຊຍ ແມ່ນສາມາດແລກຮັບສິດໄດ້ພາຍໃນປະເທດອິນໂດເນເຊຍເທົ່ານັ້ນ ກະລຸນາກວດສອບລາຍລະອຽດໃຫ້ຖີ່ຖ້ວນກ່ອນເຮັດການຕື່ມເງິນທຸກຄັ້ງ
🎬 ລິງກ໌ວິດີໂອແນະນຳວິທີລົງທະບຽນ : https://www.youtube.com/watch?v=GzFHlbhH2Io
