ຊື້ບັດ Google Play ໄດ້ແນວໃດ?
- thePAY
- Date 2023-12-08
- Hit 11242
ວິທີການຊື້ Google Play Card ເທິງແອັບ thePAY
-
ຕິດຕັ້ງແອັບ thePAY ຈາກນັ້ນກົດເລືອກເມນູ 'Google'
-
ເລືອກຈຳນວນເງິນ Google Play Card ທີ່ຕ້ອງການຊື້
-
ກອກອີເມວ ທີ່ຕ້ອງການໃຊ້ຮັບລະຫັດບັດ
-
ຫຼັງຈາກຊຳລະເງິນຮຽບຮ້ອຍແລ້ວ, ລະຫັດບັດ ພ້ອມກັບລິ້ງສຳລັບລົງທະບຽນແລກຮັບສິດ ຈະຖືກຈັດສົ່ງໄປຍັງອີເມວຂອງທ່ານທັນທີ
ຂໍ້ຄວນລະວັງ:
-
ສາມາດລົງທະບຽນໄດ້ໃນ Google Play Store ຂອງເກົາຫຼີໃຕ້ເທົ່ານັ້ນ: ຫາກບໍ່ສາມາດລົງທະບຽນໄດ້, ກະລຸນາກວດສອບທີ່ເມນູ "ການຕັ້ງຄ່າບັນຊີ ແລະ ອຸປະກອນ" ➔ “ປະເທດ ແລະ ໂປຣໄຟລ໌” ໃນບັນຊີ Google Play Store ຂອງທ່ານ ວ່າໄດ້ຕັ້ງຄ່າເປັນ 'ເກົາຫຼີໃຕ້' ແລ້ວຫຼືຍັງ
-
ຫາກມີການນຳໃຊ້ VPN ຕ່າງປະເທດ: ອາດເຮັດໃຫ້ບໍ່ສາມາດລົງທະບຽນໄດ້. ແນະນຳໃຫ້ປິດການນຳໃຊ້ VPN ຫຼື ສະຫຼັບໄປໃຊ້ສັນຍານອິນເຕີເນັດຈາກມືຖື ແທນ Wi-Fi ແລ້ວລອງລົງທະບຽນໃໝ່ອີກຄັ້ງ
ບໍ່ສາມາດຍົກເລີກຫຼືຂໍຄືນເງິນໄດ້ໃນທຸກກໍລະນີ ຫາກລະຫັດຖືກນຳໃຊ້ໄປແລ້ວຫຼືຫຼົງໄປລົງທະບຽນກັບບັນຊີອື່ນ ສະນັ້ນກະລຸນາກວດສອບບັນຊີທີ່ເຂົ້າສູ່ລະບົບຢູ່ໃຫ້ແນ່ໃຈ ກ່ອນທຳການກົດແລກຮັບສິດທຸກຄັ້ງ
ວິທີການລົງທະບຽນ Google Gift Code
ທ່ານສາມາດກົດລິ້ງທີ່ຈັດສົ່ງໃຫ້ເພື່ອທຳການແລກຮັບສິດໄດ້ຢ່າງງ່າຍດາຍ ຫາກນຳໃຊ້ອະວິທີດັ່ງກ່າວແລ້ວ ຍັງບໍ່ສາມາດລົງທະບຽນໄດ້ ກະລຸນາເຮັດຕາມຂັ້ນຕອນຕາມລຳດັບດ້ານລຸ່ມນີ້
-
ເປີດແອັບ Google Play
-
ແຕະທີ່ ໄອຄອນໂປຣໄຟລ໌ ບໍລິເວນມຸມຂວາເທິງ
-
ເລືອກເມນູ [ການຊຳລະເງິນ ແລະ ການສະໝັກໃຊ້ບໍລິການ]
-
ແຕະທີ່ [ແລກໂຄດ]
-
ກອກ ລະຫັດ 16 ຫຼັກ ຈາກນັ້ນກົດລົງທະບຽນ
🎬 ລິ້ງວິດີໂອແນະນຳວິທີລົງທະບຽນ : https://youtube.com/shorts/X6P15Ptt5DA?si=_kMcLIhEFY7afPwk
