FAQ: ຄູ່ມືການຕື່ມ TikTok Coins ແລະວິທີລົງທະບຽນ Google Play Gift Card ເທິງ thePAY

Please Select a Language.

    ຈະຕື່ມເງິນໃສ່ Tiktok ໄດ້ແນວໃດ?

    • thePAY
    • Date 2023-12-08
    • Hit 13773

    TikTok แม่ນຫຍັງ 

    TikTok ແມ່ນແອັບພລິເຄຊັນວິດີໂອສັ້ນ ທີ່ເປີດໂອກາດໃຫ້ທຸກຄົນໄດ້ປົດປ່ອຍຄວາມຄິດສ້າງສັນທາງດົນຕີ ແລະຍັງເປັນຄອມມູນິຕີສຸດມ່ວນ ທີ່ຄົນຮຸ່ນໃໝ່ໃຊ້ເຮັດຄວາມຮູ້ຈັກກັບໝູ່ເພື່ອນໃໝ່ໆ ຢູ່ທີ່ນີ້ ທຸກຄົນສາມາດສ້າງສັນວິດີໂອໃນສະໄຕລ໌ຂອງໂຕເອງ ເກາະຕິດທຸກເທຣນດ໌ເພງຮິດທ້າທາຍໂຕເອງດ້ວຍຄອນເທນຕ໌ວິດີໂອທີ່ຫຼາກຫຼາຍ ແລະໂຊຄວາມສາມາດສະເພາະຕົວ ບໍ່ວ່າຈະເປັນການສະແດງ ການເຕັ້ນຫຼືການຮ້ອງເພງໄດ້ຢ່າງເຕັມທີ

     

    ວິທີການຕື່ມເງິນ ແລະ ໃຊ້ງານ TikTok Coins ເທິງ thePAY

    1. ຕິດຕັ້ງແອັບ thePAY ຈາກນັ້ນໄປທີ່ເມນູ ‘ຕື່ມເງິນເກມ, ບັດຂອງຂວັນ’ ແລ້ວເລືອກສິນຄ້າ TikTok

    2. ເລືອກຈຳນວນເງິນຂອງ Google Play Card ທີ່ຕ້ອງການຊື້ ເພື່ອນຳໄປຕື່ມ TikTok

    3. ປ້ອນອີເມວ ທີ່ຕ້ອງການໃຊ້ຮັບລະຫັດບັດ

    4. ຫຼັງຈາກຊຳລະເງິນຮຽບຮ້ອຍແລ້ວ ໃຫ້ເຮັດການຄັດລອກ ລະຫັດ Google Play Card ທີ່ໄດ້ຮັບທາງອີເມວ

    5. ເປີດແອັບ TikTok ໄປທີ່ໜ້າ “Profile” ຈາກນັ້ນເລືອກ “Settings and privacy” ເພື່ອກວດສອບຍອດເງິນ

    6. ແຕະທີ່ປຸ່ມ “Recharge” ແລ້ວເລືອກຈຳນວນຄອຍນ໌ ທີ່ຕ້ອງການຊື້

    7. ວາງລະຫັດ Google Play Card ທີ່ຄັດລອກມາ ລົງໃນຊ່ອງຊຳລະເງິນຂອງ Google Play ເປັນອັນເສร็จສິ້ນຂັ້ນຕອນ

     

    ຂໍ້ຄວນລະວັງ

    • ລະຫັດ TikTok ນີ້ ສາມາດແລກຮັບສິດໄດ້ສະເພາະໃນລະບົບ Android (Google Play) ເທົ່ານັ້ນ

    • ສຳລັບສິນຄ້າ TikTok ປະເທດອິນໂດເນເຊຍ ແມ່ນສາມາດແລກຮັບສິດໄດ້ພາຍໃນປະເທດອິນໂດເນເຊຍເທົ່ານັ້ນ ກະລຸນາກວດສອບລາຍລະອຽດໃຫ້ຖີ່ຖ້ວນກ່ອນເຮັດການຕື່ມເງິນທຸກຄັ້ງ 

      🎬 ລິງກ໌ວິດີໂອແນະນຳວິທີລົງທະບຽນ : https://www.youtube.com/watch?v=GzFHlbhH2Io